- Client
- Year
- 2026
- Start date
- 08 Jul 2026
- End date
- 10 Jul 2026
- Status
- ສໍາເລັດແລ້ວ
- Category
Project overview
ທີມງານໄດ້ທຳການຕິດຕັ້ງ ແລະ ສົ່ງມອບລະບົບເຄືອຂ່າຍອິນເຕີເນັດໄຮ້ສາຍຄວາມໄວສູງພາຍໃນບ້ານພັກອາໄສ ໂດຍໂຄງການນີ້ມຸ່ງເນັ້ນແກ້ໄຂບັນຫາສັນຍານອິນເຕີເນັດບໍ່ຄອບຄຸມ (Dead Zones) ຈາກ Router ເດີມຂອງຜູ້ໃຫ້ບໍລິການ.
ສະຫຼຸບຜົນການດຳເນີນງານ:
ຕິດຕັ້ງອຸປະກອນ Access Point (EAP) ລະດັບມາດຕະຖານຈຳນວນ 5 ຈຸດ ກວມເອົາພື້ນທີ່ການໃຊ້ງານທັງພາຍໃນ ແລະ ພາຍນອກໂຕບ້ານ.
ເດີນສາຍສັນຍານ LAN ມາດຕະຖານສູງ ພ້ອມການຈັດເກັບສາຍທີ່ຈົບງາມ ແລະ ປອດໄພ.
ດຳເນີນການຕັ້ງຄ່າ Centralized Management ແລະ ຟີເຈີ Seamless Roaming ຊ່ວຍໃຫ້ຜູ້ໃຊ້ງານເຊື່ອມຕໍ່ອິນເຕີເນັດໄດ້ຕໍ່ເນື່ອງບໍ່ມີສະດຸດເມື່ອເຄື່ອນທີ່ໄປຕາມຈຸດຕ່າງໆຂອງບ້ານ.
ທົດສອບຄວາມສະຖຽນຂອງເຄືອຂ່າຍ (Network Stability Test) ແລະ ຄວາມໄວຜ່ານເກນມາດຕະຖານ ພ້ອມສົ່ງມອບລະບົບໃຫ້ລູກຄ້າໃຊ້ງານໄດ້ຢ່າງເຕັມປະສິດທິພາບ.